PSM

Latest Posts

Friday, November 20, 2015

Saturday, June 6, 2015

Windows Features on or off ວ່າງເປົ່າ

Windows Features on or off ຮ້ອຍວັນພັນປີບໍ່ເຄີຍເຂົ້າໄປຈັກເທື່ອ ບາດຍາມຊິໃຊ້ເປີດເຂົ້າໄປອ້າວມັນຄືບໍ່ມີຫຍັງເລີຍ ຄິດວ່າໜ້າຈະມີຄົນເຄີຍເປັນຄືຂ້ອຍ ກະເລີຍເອົາວິທິແກ້ມາແບ່ງປັນ

ວິທີແກ້ກໍ່ງ່າຍເລີຍພຽງແຕ່ດາວໂຫລດ Package Update ມາຕິດຕັ້ງ ກໍໃຊ້ງານໄດ້ແລ້ວ

ສຳລັບ Windows 7 32bit–> http://www.microsoft.com/en-us/download/details.aspx?id=3132

ສຳລັບ Windows 7 64bit–> http://www.microsoft.com/en-us/download/details.aspx?id=20858

ເມື່ອດາວໂຫລດມາແລ້ວໃຫ້ຕິດຕັ້ງຕາມປົກກະຕິຄິດວ່າເປັນເນາະອັນນີ້ອາດຈະໃຊ້ເວລາໜ້ອຍໜຶ່ງ ເມື່ອຕິດຕັ້ງແລ້ວ Restart ເຄື່ອງແລ້ວກັບມາເປີດ Windows Featurns on or off ເບິ່ງວ່າໄດ້ ຫຼື ບໍ່

ຖ້າຍັງບໍ່ໄດ້ ລອງເຮັດຕາມນີ້ເບິ່ງ

1.ໄປທີ່ Start ພິມ Run ແລ້ວເປີດຂຶ້ນມາ ຫຼື ກົດປຸ່ມ Start+R

ວິທີແກ້ shortcut icon ເປັນ icon Windows Media Center

ຢ່າຟ້າວຕົກໃຈ ບັນຫານີເກີດຈາກຊອບແວຂອງວິນໂດວ໌ເອງ ເຊິ່ງບໍ່ແມ່ນໄວຣັສແຕ່ຢ່າງໃດ ບາງຄົນເຖິງກັບລົງວິນໂດວ໌ໃໝ່ ບອກກ່ອນເລີຍວ່າບໍ່ຈຳເປັນ ເພາະຖ້າມັນເປັນນຳໂປຣແກຣມນີ້ເຮົາກໍພຽງແຕ່ໄປປິດມັນໄວ້ລະກະແລ້ວ
ກ່ອນອື່ນໃຫ້ເບິ່ງທີ່ໄອຄອນກ່ອນວ່າເປັນຮູບຫຍັງຢູ່ ຖ້າຂອງໃຜເປັນໂປຣແກຣມອື່ນທີ່ບໍ່ແມ່ນ Windows Media Center ກໍໃຫ້ປ່ຽນເປັນ Windows Media Center ກ່ອນ ເຊິ່ງໃນຮູບດ້ານລຸ່ມນີ້ໄອຄອນຈະເປັນຮູບ Microsoft Office Word ໃຫ້ຄລິກຂວາທີ່ໄອຄອນໃດໜຶ່ງທີ່ເປັນ Word ແລ້ວເລືອກທີ່ Choose default program…
ເລື່ອນຫາ Windows Media Center ຖ້າບໍ່ເຫັນໃຫ້ກົດທີ່ Other Programs

ເມື່ອໄດ້ໄອຄອນທີ່ເປັນ Windows Media Center ແລ້ວ ໄປທີ່ Start–>Control Panel
ຊອກຫາ Program and Features ແລ້ວເປີດຂຶ້ນມາ
ໄປທີ່ Turn Windows feature on or off, ຖ້າຂອງໃຜເປີດຂຶ້ນມາແລ້ວວ່າງເປົ່າໃຫ້ໄປເບິ່ງບົດຄວາມນີ້ Windows Features on or off ວ່າງເປົ່າ
ເລື່ອນຫາ Media Features ແລ້ວແຕກອອກ ໃຫ້ເອົາຕິກທີ່ Windows Media Center ອອກ ຖ້າມີປັອບອັບຂຶ້ນມາໃຫ້ກົດ Yes
ລໍຖ້າບຶດໜຶ່ງຈະມີໜ້າຕ່າງນີ້ຂຶ້ນມາໃຫ້ກົດ Restart

ພຽງເທົ່ານີ້ກໍຈະໄດ້ໄອຄອນແບບປົກກະຕິກກັບມາແລ້ວ

Friday, June 5, 2015

Easy Driver Pack 5.3.2 Windows Xp Win7 Win8 32bit,64Bit


ເມື່ອຍບໍ່ກັບການຕິດຕັ້ງໄດຼເວີ ຕ້ອງມານັ່ງຕິດຕັ້ງເທື່ອລະອັນ ກວ່າຈະລົງແລ້ວກໍກິນເວລາເຮົາໄປຫຼາຍ ແຕ່ຖ້າທ່ານທັງຫຼາຍ ຕິດຕັ້ງ ໄດຼເວີຜ່ານໂປຣແກຣມນີ້ ຂ້າພະເຈົ້າແນະນຳໂປຣແກຣມ Easy Driver Pack ໃຫ້ທ່ານໃຊ້ເບິ່ງ ບໍ່ຕ້ອງເຮັດຫຍັງຫຼາຍ ພຽງບໍ່ເທົ່າໃດຄລິກກໍລົງໄດຼເວີໃຫ້ທ່ານຮຽບຮ້ອຍແລ້ວ.


Download

Popular Posts

Recent Posts

Categories

Unordered List

Text Widget

Label

Most Trending

Popular Posts